Development Assistance Committee (DAC) members

ການຊ່ວຍເຫຼືອຈາກຍີ່ປຸ່ນ

ລັດມອບເຂົ້າສານ 430 ໂຕນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ລັດຖະບານໄດ້ມອບເຂົ້າສານຈຳນວນ 430 ໂຕນ ມູນຄ່າກວ່າ 3.3 ຕື້ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອເປັນສ່ວນໜຶ່ງຂອງພາລະກິດການສືບຕໍ່ຊ່ວຍເຫຼືອໄພພິບັດຢູ່ແຂວງພາກໃຕ້ຂອງລາວ.ການຊ່ວຍເຫຼືອດັ່ງກ່າວລວມມີ ເຂົ້າສານ 149 ໂຕນສຳລັບຊ່ວຍເຫຼືອຊຸມຊົນແຂວງບໍລິຄຳໄຊ, 100​ ໂຕນສຳລັບແຂວງຄຳມ່ວນ, 81 ໂຕນສຳລັບແຂວງສະຫວັນນະເຂດ, 100​ ໂຕນສຳລັບແຂວງຈຳປາສັກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອກວ່າ US$2.8 ລ້ານໂດລາເພື່ອເປັນຄ່າຮຽນສຳລັບນັກສຶກສາລາວ

ລັດຖະບານຍີ່ປຸ່ນໄດ້ອະນຸມັດທຶນຊ່ວຍເຫຼືອລ້າກວ່າ US$2.8 ລ້ານໂດລາ (ຫຼືເກືອບ 24.9 ຕື້ກີບ) ເພື່ອເປັນທຶນສຳລັບນັກສຶກສາລາວໃນການສຶກສາຮ່ຳຮຽນຢູ່ປະເທດຍີ່ປຸ່ນ ແຕ່ເດືອນກໍລະກົດປີນີ້ ເຖິງເດືອນກັນຍາປີ 2020 ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ.ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມຢູ່ທີ່ກົມການຮ່ວມມືສາກົນພາຍໃຕ້ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຍີ່ປຸ່ນຊ່ວຍເຫຼືອດ້ານສະບຽງອາຫານສຳລັບເດັກນ້ອຍລາວ

ລັດຖະບານຍີ່ປຸ່ນໄດ້ບໍລິຈາກອາຫານກະປ໋ອງ ແລະ ເຂົ້າສານ ມູນຄ່າ 27 ຕື້ກີບ (US$3.2 ລ້ານໂດລາ) ໃຫ້ແກ່ໂຄງການອາຫານໂຮງຮຽນ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືຕໍ່ໄພພິບັດໃນລາວ ຂອງອົງການອາຫານໂລກ (WFP) .ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສຳລັບຊ່ວຍເຫຼືອຊຸມຊົນ ໂດນສະເພາະໃນການຮັບມືກັບໄພພິບັດ ແລະ ສະພາບການທີ່ມີຜົນກະທົບຕໍ່ສະບຽງອາຫານ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຍີ່ປຸ່ນຊ່ວຍເຫຼືອການຍົກລະດັບລະບົບນ້ຳປະປາຢູ່ແຂວງຫຼວງພະບາງ

ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອ 97 ລ້ານເຢັນ (US$880,201 ໂດລາ) ໃນການຂະຫຍາຍລະບົບນ້ຳປະປາໃນຕົວເມືອງຫຼວງພະບາງ.ໂຄງການດັ່ງກ່າວຈະດຳເນີນແຕ່ວັນທີ 1 ມິຖຸນາ 2019 ເຖິງ 10 ຕຸລາ 2020.ໃນວັນອັງຄານຜ່ານມາ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນປະຈຳລາວ ໄດ້ລົງນາມໃນຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການປັບປຸງລະບົບນ້ຳປະປາ ເພື່ອຮັບປະກັນການສະໜອງນ້ຳສະອາດທີ່ພຽງພໍສຳລັບຕົວເມືອງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC  ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອສຳລັບໂຄງການສູນສຸຂະພາບ ແລະ ການກໍ່ສ້າງລະບົບນ້ຳປະປາ

(ຂປລ) ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າກວ່າ USD 414,000 ໂດລາ ສຳລັບສາມໂຄງການສູນສົ່ງເສີມສຸຂະພາບ ແລະ ສີ່ໂຄງການກໍ່ສ້າງລະບົບສະໜອງນ້ຳປະປາ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 27 ມີນາ ລະຫວ່າງທ່ານ ຄາຊຶຮິໂຣະ ລັດຖະມົນຕີຍີ່ປຸ່ນປະຈຳລາວ, ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງທີ່ເປັນພື້ນທີ່ເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນອະນຸມັດທຶນກວ່າ US$ 8.9 ລ້ານໂດລາສຳລັບການພັດທະນາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນຕົກລົງໃຫ້ທຶນຊ່ວຍເຫຼືອລ້າກວ່າ 76 ຕື້ກີບ (US$8.9 ລ້ານໂດລາ) ສຳລັບສີ່ໂຄງການພັດທະນາໃນລາວ.ພິທີເຊັນບົດບັດທຶກການແລກປ່ຽນສຳລັບສີ່ໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ໃນວັນພຸດນີ້ ພາຍໃຕ້ການລົງນາມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ນາຍົກລາວ ແລະ ຍີ່ປຸ່ນຕົກລົງກ່ຽວກັບວຽກງານເກັບກູ້ລະເບີດ ແລະ ການຮ່ວມມືດ້ານການແພດ

ຍີ່ປຸ່ນຕົກລົງສະໜັບສະໜູນໂຄງການທີ່ກ່ຽວຂ້ອງກັບລະເບີດທີ່ຍັງບໍ່ທັນແຕກໃນລາວ ເປັນມູນຄ່າ 900 ລ້ານເຢັນຍີ່ປຸ່ນ ກໍຄືການສົ່ງເສີມການຮ່ວມມືລະຫວ່າງໂຮງໝໍມິດຕະພາບ ວຽງຈັນ ແລະ ສະຖາບັນໄສຍະກຳປະສາດກິດຕະຮາຣະ ປະເທດຍີ່ປຸ່ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຍີ່ປຸ່ນຊ່ວຍເຫຼືອ 23.6 ຕື້ກີບໃນການພັດທະນາຊັບພະຍາກອນມະນຸດໃນລາວ

ໃນວັນສຸກທີ່ຜ່ານມາ ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດໃນລາວ ເປັນເງິນກວ່າ 23.6 ຕື້ກີບ (2.8 ລ້ານໂດລາສະຫະລັດ).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ufXbx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!