ລາວໝາຍຕາການຍົກລະດັບການກະສິກຳອິນຊີ ເພື່ອເສີມສ້າງການແຂ່ງຂັນທາງການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຊຸກຍູ້ໃຫ້ຊາວກະສິກອນ ເປີດຮັບການກະສິກຳປູກຝັງແບບອິນຊີເພື່ອທຸລະກິດ ແລະ ພັດທະນາລະບົບການຜະລິດສິນຄ້າ ເພື່ອໃຫ້ສາມາດແຂ່ງຂັນກັບຕະຫຼາດສາກົນ ໃຫ້ມີປະສິດທິພາບຍິ່ງຂຶ້ນ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມກະສິກຳອິນຊີລາວ (LOAF) ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ຍຸດທະສາດແຫ່ງຊາດເພື່ອການພັດທະນາສີຂຽວ ແລະ ການແຂ່ງຂັນກັບສາກົນ” ເຊິ່ງຈັດຂຶ້ນທີ່ນະຄອນຫຼວຽງຈັນ ໃນວັນທີ 28-29 ພະຈິກນີ້.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ

ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...

ZX

ການສູນເສຍພື້ນທີ່ເຂົ້າປູກ ເຮັດໃຫ້ຜົນຜະລິດຕົກຕ່ຳ,​ ລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງລະດູຝົນປີນີ້ ມີພື້ນທີ່ໄຮ່ນາ 105,206 ເຮັກຕາ ຖືກເສຍຫາຍຈາກໄພນ້ຳຖ້ວມ, ນີ້ໝາຍເຖິງຜົນຜະລິດເຂົ້າຂອງລາວຈະບໍ່ສາມາດບັນລຸຕາມເປົ້າໝາຍການຜະລິດປີ 2019 ທີ່ວາງໄວ້ 4.4 ລ້ານໂຕນ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຂໍ້ມູນຕໍ່ທີ່ປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນອາທິດແລ້ວນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ງານຕະຫຼາດນັດພືດພັນ ເພື່ອຈຸດປະສົ່ງສົ່ງເສີມຊາວກະສິກອນ

ກົມສົ່ງເສີມການຄ້າ ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບກຸ່ມຊາວກະສິກອນນະຄອນຫຼວງວຽງຈັນ ຈັດການສົ່ງເສີມການຂາຍຜົນຜະລິດທີ່ປູກໃນຄົວເຮືອນ ໃຫ້ແກ່ຜູ້ບໍລິໂພກທ້ອງຖິ່ນ ຜ່ານງານຕະຫຼາດນັດພືດພັນ.ທາງກົມຈະຈັດງານຕະຫຼາດນັດພືດພັນວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ໃນວັນເສົານີ້,​ ເພື່ອຊ່ວຍສົ່ງເສີມຊາວກະສິກອນ ໃນການຂະຫຍາຍຖານລູກຄ້າ ແລະ ສົ່ງເສີມໃຫ້ຜູ້ບໍລິໂພກ ຫັນມາຊື້ຜົນຜະລິດຈາກຟາມທ້ອງຖິ່ນ.ງານຕະຫຼາດນັດດັ່ງກ່າວ ຈະເນັ້ນສະແດງຜົນຜະລິດຈາກເກົ້າຕົວເມືອງ ໃນນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເຄືອຂ່າຍພາກພື້ນ ເພື່ອສ້າງຄວາມເຂັ້ມແຂງ ດ້ານການກະສິກຳໃນລາວ

ວຽງຈັນ (ວຽງຈັນທາມສ໌) – ກອງປະຊຸມໃນຫົວຂໍ້ “ເຄືອຂ່າຍເພື່ອລະດົມແນວຄິດດ້ານການກະສິກຳ ແລະ ການພັດທະນາຊົນນະບົດ ສຳລັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ” ໄດ້ສ້າງເວທີສຳລັບບັນດາປະເທດຜູ້ມີສ່ວນຮ່ວມ ໃນການຫາລືແຜນວຽກຂອງຕົນ.ກອງປະຊຸມວິຊາການດັ່ງກ່າວ ໄດ້ຈັດຂຶ້ນໃນວັນພຸດນີ້, ພາຍໃຕ້ການເປັນປະທານຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງອຳນວຍການສະຖາບັນຄົ້າຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ແລະ ທ່ານ ຫງວຽນ ທັນ ຕຸງ ຜູ້ຕາງໜ້າກອງທຶນສາກົນເພື່ອການພັດທະນາດ້ານກະສິກຳ (IFAD) ປະຈຳນະຄອນຮ່າໂນ້ຍ, ຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານຈະສຸມໃສ່ການພັດທະນາກະສິກຳອິນຊີທັນສະໄໝ

(ຂປລ) ກະຊວງກະສິກຳ ແລະ ປ່າໄມ້ ຈະເນັ້ນໃສ່ການພັດທະນາຂະແໜງການກະເສດໃຫ້ທັນສະໄໝ ແລະ ສຸມໃສ່ການຜະລິດສິນຄ້າທີ່ສົດ, ສະອາດ, ປອດສານເຄມີ ເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວ.ກະຊວງຈະເອົາໃຈໃສ່ສະໜັບສະໜູນບັນດາຄົວເຮືອນ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດການຄົ້ນຄວ້າກະສິກຳ ແລະ ປ່າໄມ້, ແລະ ສົ່ງເສີມການຜະລິດແບບຄອບຄົວ, ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໃນວັນທີ 13 ພະຈິກ 2019.ອ່ານຕໍ່ ...

ໂຕະຂ່າວ ຂປລ

ໄພນ້ຳຖ້ວມ, ການຂາດແຄນນ້ຳ ເຮັດໃຫ້ການເກັບກ່ຽວເຂົ້າໄດ້ໜ້ອຍລົງ: ກະຊວງ

ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນປ້ອງກັນການຕັດສິນໃຈໃນການຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າສຳລັບປີ 2019 ຢ່າງຫຼີກລ່ຽງບໍ່ໄດ້ ຍ້ອນໄພນ້ຳຖ້ວມທີ່ຮ້າຍແຮງທີ່ເກີດຂຶ້ນໃນປີນີ້ ​ແລະ ປີຜ່ານມາ.ໃນຂະນະດຽວກັນ ທາງພາກເໜືອກໍກຳລັງປະສົບພາວະຂາດແຄນນ້ຳ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ໄພນ້ຳຖ້ວມໃນພື້ນທີ່ອັນກວ້າງຂວາງ ບວກກັບບັນຫາການຂາດແຄນນ້ຳ ເຮັດໃຫ້ກະຊວງຕ້ອງຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າ.ອ່ານຕໍ່ ...

ເອກະພອນ ພູທອນສີ

ນະຄອນຫຼວງວຽງຈັນຈະສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ, ເພີ່ມທະວີການປົກປ້ອງຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງນະຄອນຫຼວງວຽງຈັນ ມີເຈດຈຳນົງໃນການສົ່ງເສີມການນຳໃຊ້ສິນຄ້າທີ່ຜະລິດຢູ່ລາວ ແລະ ເສີມຂະຫຍາຍການຜະລິດກະສິກຳອິນຊີໃນນະຄອນຫຼວງວຽງຈັນ ເພື່ອສ້າງວຽກເຮັດງານທຳ ແລະ ເສີມຂະຫຍາຍລາຍຮັບ.ບັນຫາເຫຼົ່ານີ້ ໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດຂຶ້ນໃນວັນເສົາຜ່ານມານີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ອົງການ FAO ສົ່ງເສີມການປັບປຸງລ້ຽງສັດປີກຂອງຊາວກະສິກອນແຂວງຫຼວງພະບາງ

(ຂປລ) ກອງປະຊຸມໄລຍະສອງວັນເພື່ອປະເມີນຜົນ ແລະ ແລກປ່ຽນຂໍ້ສະຫຼຸບ, ຖອດຖອນບົດຮຽນ ແລະ ການສ້າງຄວາມຍືນຍົງຕໍ່ຜົນສຳເລັດຂອງໂຄງການ “ບໍລິຫານຄວາມສ່ຽງຕາມຕ່ອງໂສ້ການລ້ຽງ ແລະ ການຕະຫຼາດສັດປີກແຂວງຫຼວງພະບາງ” ໄດ້ສຸມໃສ່ການສ້າງຍຸດທະສາດ ເພື່ອປັບປຸງຄວາມປອດໄພ ແລະ ສຸຂະພາບຂອງການລ້ຽງໄກ່ ບວກກັບການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການລ້ຽງສັດປີກຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ບໍລິສັດລາວ, ມຽນມາ, ໄທ ຮ່ວມມືໃນການຊື້ຂາຍເຂົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ສາມບໍລິສັດຈາກລາວ, ມຽນມາ ແລະ ໄທ ໄດ້ຕົກລົງຮ່ວມທຸລະກິດກັນໃນການຊື້ຂາຍເຂົ້າ, ເພື່ອແນໃສ່ປັບປຸງສະຖານະການຂອງຊາວກະສິກອນໃນສາມປະເທດ ໃຫ້ເຂົາເຈົ້າເນັ້ນໃສ່ການຜະລິດເຂົ້າທີ່ມີຄຸນນະພາບເພື່ອຈຳໜ່າຍ.ການລິເລີ່ມດັງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ຢູ່ລາວ ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊື້ຂາຍເຂົ້າລະຫວ່າງ ບໍລິສັດ ABA NARES ຂອງມຽນມາ, ບໍລິສັດ ຫອມໄຊ ກະສິກຳຂາອອກ-ຂາເຂົ້າຈຳກັດຜູ້ດຽວຂອງລາວ ຮ່ວມກັບບໍລິສັດ ສະຢາມໂກເດິ້ນຮ໋ອສ໌ ຂອງໄທ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

CEJj3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!