ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ

ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3​ ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html

ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-front-phongsavanh-group-farmers-jointly-produce-high-quality-fruits-export-99393

ບໍລິສັດການຄ້າ APT ແລະ ສະຫະກອນຫວຽດນາມລົງນາມຂໍ້ຕົກລົງກ່ຽວກັບການປູກໝາກໄມ້ເພື່ອສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄພບູນການຄ້າ ຂາເຂົ້າ-ຂາອອກ (ການຄ້າ APT) ແລະ ສະຫະກອນຫວຽດນາມ Hop Tac Xa Ngoc Lan ໄດ້ລົງນາມຂໍ້ຕົກລົງກ່ຽວກັບໂຄງການສົ່ງເສີມການຜະລິດ ແລະ ບໍລິໂພກໝາກໄມ້ ໃນວັນອາທິດຜ່ານມາ.ໂຄງການດັ່ງກ່າວຈະຊ່ວຍໃຫ້ປະຊາຊົນທີ່ອາໄສຢູ່ເມືອງຊຽງຄໍ້, ສົບບາວ, ແລະ ວຽງໄຊ ແຂວງຫົວພັນ ມີສ່ວນຮ່ວມໃນໂຄງການກໍ່ສ້າງຄອບຄົວ ແລະ ບ້ານສາມັກຄີເພື່ອຫຼຸດຜ່ອນຄວາມທຸກຍາກ.ອ່ານຕໍ່ ...

ໂຕະຂ່າວ

ເລີ່ມທຳການສຶກສາກ່ຽວກັບພືດເຊື້ອເພີງຊີວະພາບຢູ່ເມືອງໄຊທານີ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸຍາດໃຫ້ສອງບໍລິສັດທ້ອງຖິ່ນດຳເນິນການສຶກສາຄວາມເປັນໄປໄດ້ກ່ຽວກັບການສ້າງຕັງໂຮງງານຜະລິດເຊື້ອເພີງຊີວະພາບຈາກແກ່ນໝາກເຍົາ ແລະ ນ້ຳມັນພືດ, ແລະ ຈັດຕັ້ງໂຮງກັ່ນນ້ຳມັນກາຊວນ ແລະ ນ້ຳມັນເຊື້ອໄຟ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.ບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງໂຄງການດັ່ງກ່າວໄດ້ມີການລົງນາມລະຫວ່າງລັດຖະບານ, ບໍລິສັດທຶນຈຳກັດ ແລະ ບໍລິສັດໝາກຄໍ້ລາວປິໂຕຣລຽມຈຳກັດ.ອ່ານຕໍ່  ...

ເພັດສະໝອນ ຈັນດາລາ

ກ້ວຍຈະເປັນສິນຄ້າກະເສດສົ່ງອອກທີ່ສ້າງລາຍຮັບອັນດັບຕົ້ນຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກ້ວຍຈະເປັນສິນຄ້າກະສິກຳສົ່ງອອກອັນດັບຕົ້ນຂອງລາວໃນປີນີ້ ເຖິງວ່າລັດຖະບານຈະສັ່ງຫ້າມການຂະຫຍາຍພື້ນທີ່ປູກກ້ວຍໃນທົ່ວປະເທດ.ໃນປີ 2017 ລາວສາມາດສ້າງລາຍຮັບໄດ້ US$167.9 ລ້ານໂດລາຈາກການສົ່ງອອກກ້ວຍ, ເຊິ່ງຫຼຸດລົງມາເປັນ US$112 ລ້ານໂດລາໃນປີກາຍນີ້, ແຕ່ວ່າຕົວເລກດັ່ງກ່າວຄາດວ່າຈະເພີ່ມເປັນ US$168  ລ້ານໂດລາໃນປີນີ້, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ພືດຊະນິດດັັ່ງກ່າວສ່ວນໃຫຍ່ແມ່ນສົ່ງຂາຍໃຫ້ປະເທດຈີນ ແລະ ບາງສ່ວນກໍ່ສົ່ງຂາຍໄປປະເທດໄທ.ອ່ານຕໍ່ ...

ໂຕະຂ່າວ

ແຂວງຄຳມ່ວນຍົກລະດັບການຜະລິດເຂົ້າ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ແຂວງຄຳມ່ວນຕາມປົກກະຕິແມ່ນທຳການຜະລິດກະສິກຳຕາມທີ່ເຄີຍປະຕິບັດສືບຕໍ່ກັບມາ ແຕ່ວ່າຊາວກະສິກອນກໍເລີ່ມມີການນຳໃຊ້ວິທີການຜະລິດທີ່ທັນສະໄໝເປັນລຳດັບ ເພື່ອຍົກລະດັບຄຸນນະພາບຂອງການຜະລິດເຂົ້າ ແລະ ເພີ່ມລາຍຮັບ.ການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຜະລິດຄາດວ່າຈະຊ່ວຍສ້າງຄວາມສະດວກໃຫ້ແກ່ການປັກດຳ ແລະ ເກັບກ່ຽວເຂົ້າ, ນອນນີ້ຍັງມີການນຳໃຊ້ປຸ໋ຍຕ່າງໆ, ລົດໄຖນາ ແລະ ຢາປາບສັດຕູພືດ.ອ່ານຕໍ່ ...

ໂຕະຂ່າວ

ລາວຄາດວ່າການສົ່ງອອກເຂົ້າຈະຫຼຸດລົງເນື່ອງຈາກໄພນ້ຳຖ້ວມໃນປີ 2018

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຄາດວ່າລາຍຮັບຈາກການສົ່ງອອກເຂົ້າໃນປີ 2019 ຈະຫຼຸດລົງ ເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນທົ່ວປະເທດໃນປີຜ່ານມາ.ລາວວາງເປົ້າໝາຍການສົ່ງອອກເຂົ້າໃນປີຜ່ານມາທີ່ US$45.6 ລ້ານໂດລາ, ແຕ່ວ່າສາມາດບັນລຸໄດ້ພຽງ US$31.4 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ໃນປີນີ້ ລັດຖະບານຄາດວ່າຈະສ້າງລາຍຮັບຈາກການສົ່ງອອກເຂົ້າພຽງແຕ່ US$25.2 ລ້ານໂດລາ ເຊິ່ງຫຼຸດລົງຫຼາຍທຽບກັບຕົວເລກໃນປີຜ່ານມາ.ຜົນຜະລິດເຂົ້າໃນ 16 ແຂວງ ແມ່ນໄດ້ໜ້ອຍເນື່ອງຈາກໄພນ້ຳຖ້ວມເປັນບໍລິເວນກວ້າງໃນລະດູຝົນປີກາຍ, ຕາມລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້. ປີກາຍນີ້ ພື້ນທີ່ປູກເຂົ້າຈຳນວນ 101,000 ເຮັກຕາໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຄິດເປັນ 12% ຂອງເນື້ອທີ່ປູກເຂົ້າທັງໝົດ 817,800 ເຮັກຕາ.ອ່ານຕໍ່ ...

ໂຕະຂ່າວ

ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...

ໂຕະຂ່າວ

ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ

ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NBH5Y
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!