ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວ; ໄທ, ຈີນສັ່ງຫ້າມການນຳເຂົ້າໝູ

ປະເທດຈີນ ແລະ ໄທ ສັ່ງຫ້າມນຳເຂົ້າຊິ້ນໝູ ແລະ ຜະລິດຕະພັນກ່ຽວກັບໝູຈາກລາວ ຫຼັງຈາກພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວເປັນກໍລະນີທຳອິດ.ໄດ້ມີການຢືນຢັນການລະບາດຂອງພະຍາດອະຫິວາໝູອາຟຣິກາກໍລະນີທຳອິດໃນລາວ, ເຊິ່ງມີການລະບາດຂອງພະຍາດໃນເຈັດບ້ານຂອງແຂວງສາລະວັນ, ເຮັດໃຫ້ມີສັດຕາຍແລ້ວ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/24/laos-swine-flu-outbreak-sees-thailand-china-ban-pig-imports/

ການແຜ່ລະບາດຂອງເຊື້ອໄວຣັສ໌ໃນປະເທດເພື່ອນບ້ານເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານ ໄດ້ສ້າງຄວາມກັງວົນຕໍ່ຜູ້ບໍລິໂພກໃນລາວ, ເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງຢ່າງທັນຕາ.ຜູ້ບໍລິໂພກມີຄວາມກັງວົນທີ່ເພີ່ມຂຶ້ນ ພາຍຫຼັງທີ່ເຈົ້າໜ້າທີ່ລາວໄດ້ກວດພົບເຊື້ອໄວຣັສ໌ໃນຊີ້ນ, ເຄື່ອງໃນ ແລະ ກະດູກໝູນຳເຂົ້າ. ລັດຖະບານໄດ້ອກແຈ້ງການງົດການນຳເຂົ້າໝູ ແລະ ຜະລິດຕະພັນໝູຈາກຈີນ ແລະ ຫວຽດນາມ, ແຕ່ວ່າຜູ້ບໍລິໂພກຫຼາຍຄົນກໍໄດ້ຕັດສິນໃຈງົດກິນຊິ້ນໝູ ຈົນກວ່າຈະມີການຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດເພື່ອນບ້ານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ກະຊວງເຕືອນຜູ້ລ້ຽງໝູກ່ຽວກັບການລະບາດຂອງພະຍາດຫູສີຟ້າໃນໝູ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເຕືອນຊາວກະສິກອນຜູ້ລ້ຽງໝູ ກ່ຽວກັບການລະບາດຂອງເຊື້ອໄວຣັສ໌ ພີອາອາເອັສ໌ ໃນຫຼາຍແຂວງພາກເໜືອຂອງລາວ.ກະຊວງຍັງໄດ້ແຈ້ງໃຫ້ອຳນາດການປົກຄອງຂັ້ນແຂວງ ດຳເນີນຂັ້ນຕອນເພື່ອປ້ອງກັນ ແລະ ຄວບຄຸມພະຍາດເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄປຍັງພື້ນທີ່ອື່ນ.ອ່ານຕໍ່ ...

ໂຕະຂ່າວ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ອົງການການກຸສົນສະຫະລັດ ຊ່ວຍເຫຼືອທຸລະກິດນົມເພື່ອສັງຄົມທີ່ຫຼວງພະບາງ

(ຂປລ) ຕາງໜ້າຈາກອົງການເພື່ອການກຸສົນສະຫະລັດ Spirit of America ແລະ ສະຖານທູດສະຫະລັດໄດ້ມອບອຸປະກອນ ແລະ ທຶນຊ່ວຍເຫຼືອ ລວມມູຄ່າກວ່າ US$10,000 ໂດລາ ໃຫ້ແກ່ທຸລະກິດນົມຄວາຍລາວ ຢ່າງເປັນທາງການທີ່ແຂວງຫຼວງພະບາງ ໃນວັນທີ 14 ກຸມພາ 2019.ທຸລະກິດນົມຄວາຍລາວແມ່ນທຸລະກິດທີ່ລົງທຶນໂດຍຊາວອາເມລິກາ ທີ່ແຂວງຫຼວງພະບາງ ເຊິ່ງມີການເຊົ່າຄວາຍມາຈາກຊາວກະສິກອນທ້ອງຖິ່ນເພື່ອຜະລິດນົມຄວາຍ. ຈາກນັ້ນ ຈະນຳເອົານົມດັ່ງກ່າວມາຜະລິດເປັນຜະລິດຕະພັນນົມຕ່າງໆເຊັ່ນ ເນີຍແຂງ, ນົມສົ້ມ ແລະ ກະແລັມ ແລ້ວນຳໄປຈຳໜ່າຍຕາມຕະຫຼາດທ້ອງຖິ່ນ.ທຸລະກິດດັ່ງກ່າວໄດ້ຈັດຕັ້ງຕ່ອງໂສ້ການສະໜອງ ເພື່ອສົ່ງຜະລິດຕະພັນໃຫ້ແກ່ຮ້ານອາຫານຕ່າງໆໃນຫຼວງພະບາງ ແລະ ວຽງຈັນ, ແລະ ຫຼ້າສຸດມີການສັ່ງ orders ສິນຄ້າມາຈາກບັນດາປະເທດໃນອາຊີ ເຊັ່ນ ຍີ່ປຸ່ນ.ອ່ານຕໍ່ ...

ບັນນາລັກ ຂປລ

ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ

ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...

ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zz3dv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!